ຫ້າວິທີທີ່ຈະຢຸດການທຸດຈະລິດບົນເສັ້ນທາງຂອງມັນ

ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ, ແລະຜູ້ທີ່ນອນໃນກຸ່ມສ່ຽງ, ຕ້ອງໄດ້ເພິ່ງພາໂຄງການພັດທະນາທີ່ປັດສະ ຈາກການທຸດຈະລິດເພື່ອຕໍ່ສູ້ກັບ COVID-19. ພາບໂດຍ: ADB
ຜູ້ທີ່ຕ້ອງການຄວາມຊ່ວຍເຫຼືອຫຼາຍທີ່ສຸດ, ແລະຜູ້ທີ່ນອນໃນກຸ່ມສ່ຽງ, ຕ້ອງໄດ້ເພິ່ງພາໂຄງການພັດທະນາທີ່ປັດສະ ຈາກການທຸດຈະລິດເພື່ອຕໍ່ສູ້ກັບ COVID-19. ພາບໂດຍ: ADB

By H. Lorraine Wang (王惠慧), Richeline Mascarinas

ໃນໄລຍະທີ່ມີການແຜ່ລະບາດ, ການທຸດຈະລິດໃນໂຄງການຕ່າງໆອາດໝາຍເຖິງຄວາມແຕກຕ່າງ ລະຫວ່າງຄວາມເປັນ ກັບຄວາມຕາຍສຳລັບຜູ້ທຸກຍາກ ແລະ ຜູ້ອ່ອນແອ

ຄວາມສ່ຽງດ້ານຄຸນນະທຳມີສູງຂຶ້ນໃນໄລຍະວິກິດ ເນື່ອງຈາກການໄຫຼເຂົ້າຢ່າງວ່ອງໄວຂອງເງິນທຶນ ແລະ ຄວາມກົດດັນທີ່ເພີ່ມຂຶ້ນຕໍ່ການຕອບສະໜອງຢ່າງໄວວາ. ໃນເວລາທີ່ມີກໍລະນີສຸກເສີນ, ຊ່ອງຫວ່າງໃນລະບົບທີ່ສ່ຽງຕໍ່ການທຸດຈະລິດມີຢູ່ແລ້ວ ຈະຖືກໃຊ້ປະໂຫຍດເພີ່ມຕື່ມ. ຄວາມຕ້ອງການອັນຮີບດ່ວນ ແລະການຈັດຊື້-ຈັດຈ້າງຂະໜາດໃຫຍ່ ຈະເພີ່ມຄວາມສ່ຽງຂອງການໃຊ້ຈ່າຍເກີນລາຄາ ແລະການເຮັດສັນຍາທີ່ໜ້າສົງໄສ, ລວມທັງການສໍ້ໂກງຄ່າໃຊ້ຈ່າຍ.

ຫາກການທຸດຈະລິດບໍ່ຫຼຸດລົງ, ຈະເປັນການກີດກັ້ນຜູ້ຮັບຜົນປະໂຫຍດ ເຊິ່ງເຮັດໃຫ້ຂາດແຄນຄວາມຊ່ວຍເຫຼືອອັນທີ່ ຈຳເປັນຫຼາຍ, ໂດຍສະເພາະຄົນທີ່ທຸກຍາກ ແລະຜູ້ອ່ອນແອທີ່ສຸດ. ນອກນີ້, ມັນຍັງກີດກັ້ນບໍ່ໃຫ້ ປະຊາຊົນມີສ່ວນຮ່ວມໃນການພັດທະນາຢ່າງຈິງຈັງ. ດັ່ງນັ້ນ, ອົງກອນພັດທະນາຕ່າງໆ ຈິ່ງຈຳຕ້ອງໄດ້ຮ່ວມມືກັນທັງພາຍໃນ ແລະພາຍນອກສະຖາບັນຂອງຕົນ ເພື່ອກຳຈັດການທຸດຈະລິດ ແລະ ສະແດງໃຫ້ເຫັນເຖິງການໝົດຄວາມ ອົດທົນເມື່ອມີການກວດພົບການທຸດຈະລິດຫຼາຍຍິ່ງຂຶ້ນໃນໄລຍະວິກິດ.

ຕໍ່ໄປນີ້ແມ່ນມາດຕະການພື້ນຖານຫ້າຂໍ້ ເພື່ອຫຼຸດຄວາມສ່ຽງໃນດ້ານຄຸນນະທຳໃນໂຄງການພັດທະນາ ໂດຍສະເພາະໃນ ໄລຍະພາວະສຸກເສີນ.

1. ຕິດຕາມດູແລໂຄງການຮັບປະກັນໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ; ແລະມີມາດຕະການຄວາມຮັບຜິດຊອບ ແລະ ການຄວບຄຸມທີ່ເໝາະສົມ. ດັ່ງທີ່ໄດ້ກ່າວໄປແລ້ວວ່າ ປ້ອງກັນໄວ້ກ່ອນດີກວ່າມາແກ້ໄຂພາຍຫຼັງ. ຫ້ອງການຄຸ້ມຄອງດ້ານຄຸນນະທຳ ຄວນມີສ່ວນຮ່ວມໃນເບື້ອງຕົ້ນ ເພື່ອຊ່ວຍເຫຼືອພະນັກງານໂຄງການໃນການລະບຸ ແລະ ຫຼຸດຄວາມສ່ຽງດ້ານຄຸນນະທຳ, ລວມເຖິງການຖອດຖອນບົດຮຽນຈາກການທົບທວນດ້ານຄຸນນະະທຳຂອງໂຄງການທີ່ຜ່ານມາ.

ຂໍ້ມູນເບື້ອງເລິກທີ່ຮວບຮວມໄດ້ຈາກການທົບທວນຢ່າງຕັ້ງໜ້າດ້ານຄຸນນະທຳກ່ອນໜ້ານີ້ ກ່ຽວກັບ ໂຄງການສຸກເສີນ ແລະ ຂະແໜງສາທາລະນະສຸກ ສາມາດໃຫ້ຂໍ້ມູນແກ່ການທົບທວນບັນດາໂຄງການ COVID-19 ເພື່ອລະບຸຄວາມສ່ຽງດ້ານມະນຸດສະທຳ ແລະ ປັບປຸງມາດຕະການເພື່ອຫຼຸດການສໍ້ໂກງ ແລະ ການທຸດຈະລິດ. ບົດທົບທວນເຫຼົ່ານີ້ ໄດ້ຮັບທິດຊີ້ນຳຈາກຫຼັກການຈາລິຍະທຳພື້ນຖານສາມປະການ ທີມີຄວາມສຳຄັນດັ່ງດຽວກັບໃນໂຄງການສຸກເສີນເຊັ່ນ:

ຄວາມໂປ່ງໃສ. ການຕັດສິນໃຈທີ່ສໍາຄັນ ແລະຜູ້ຮັບຜິດຊອບໃນໂຄງການ ຄວນໄດ້ຮັບການເກັບກໍາເປັນເອກະສານຢ່າງຖືກຕ້ອງ. ຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການ ແລະບັນດາຜູ້ມີສ່ວນຮ່ວມອື່ນໆ ຄວນໄດ້ຮັບຂໍ້ມູນອັນສຳຄັນ ກ່ຽວກັບ ການກຽມການຈັດຕັ້ງປະຕິບັດໂຄງການໃນເວລາທີ່ເໝາະສົມ, ລວມເຖິງເງິນທຶນທີ່ມີຢູ່, ຂໍ້ກຳນົດ ແລະ ຜົນ ການປະມູນ ສະເໜີລາຄາ, ແລະ ຜູ້ຮັບເງິນທຶນ.

ຄວາມເປັນທຳ. ການແຂ່ງຂັນທີ່ເປັນທໍາ, ຂໍ້ກຳນົດໃນການປະມູນສະເໜີລາຄາຕາມຈຸດປະສົງ, ແລະການປະເມີນຜົນແບບເປັນກາງ ແມ່ນມີຄວາມສຳຄັນ. ຕ້ອງມີການນຳໃຊ້ນະໂຍບາຍການຈັດຊື້-ຈັດຈ້າງຢ່າງຍຸຕິທຳ ແລະສະໝໍ່າສະເໝີ. ໃນກໍລະນີສຸກເສີນ, ຄວນອະນຸຍາດໃຫ້ນຳໃຊ້ນະໂຍບາຍການຈັດຊື້-ຈັດຈ້າງແບບຈຳກັດເວລາໃຫ້ມີການຜ່ອນຜັນ ແຕ່ຕ້ອງ ມີການກຽມການທີ່ຈະແຈ້ງແນ່ນອນ ແລະມີຂັ້ນຕອນການເຮັດວຽກໂດຍລະອຽດ. ຕົວຢ່າງເຊັ່ນ:  ຄຳແນະນຳໃນການຈັດຊື້-ຈັດຈ້າງສາມາດສະໜອງໃຫ້ໄດ້ໃນກໍລະນີທີ່ມີການເຊັນສັນຍາກັບຜູ້ສະໜອງທີ່ໄດ້ຮັບອະນຸມັດລ່ວງໜ້າ ເຊິ່ງສອດຄ່ອງຕາມຂໍ້ກຳນົດດ້ານຄຸນນະທຳຂອງສະຖາບັນທີ່ຈັດຕັ້ງຂຶ້ນຄືດັ່ງ ໜ່ວຍງານຂອງສະຫະປະຊາຊາດເປັນຕົ້ນ.

ຄວາມຮັບຜິດຊອບແລະການຄວບຄຸມ. ການຕິດຕາມດູແລໂຄງການຢ່າງທົ່ວເຖິງ ລ້ວນແຕ່ກ່ຽວຂ້ອງກັບ ການເກັບກຳຂໍ້ມູນເປັນເອກະສານ, ການຕິດຕາມກວດກາ, ແລະການກວດສອບຄວາມຖືກຕ້ອງຂອງການໃຊ້ຈ່າຍ. ອົງການຄຸ້ມຄອງໂຄງການ ທີ່ມີຄວາມອາດສາມາດໃນການຈັດຊື້-ຈັດຈ້າງທີ່ບໍ່ເຂັ້ມແຂງ ຫຼື ມີປະສົບການໜ້ອຍ ຄວນໄດ້ຮັບການສະໜັບສະໜູນ. ມີຄວາມຈຳເປັນທີ່ຈະຕ້ອງໄດ້ເກັບຮັກສາໃບຮັບເງິນ ແລະ ຕິດຕາມການເຄື່ອນໄຫວຂອງເງິນ. ຄວນມີການປັງປຸງແນວທາງການກະຈາຍກອງທຶນ ແລະຄູ່ມືການບໍລິຫານການເງິນຂັ້ນພື້ນຖານ. ການສຸ່ມກວດບັນທຶກ ແລະຜົນໄດ້ຮັບຂອງໂຄງການສາມາດຊ່ວຍກີດກັ້ນການສໍ້ໂກງໄດ້.

ຫາກພວກເຮົາຫວັງທີ່ຈະຮັກສາໂຄງການພັດທະນາທີ່ສຳຄັນໃຫ້ປັດສະຈາກການທຸດຈະລິດໃນໄລຍະທີ່ມີການລະບາດໃຫຍ່, ພວກເຮົາທຸກຄົນຕ້ອງມີສ່ວນຮ່ວມ ແລະສ້າງຊຸມຊົນແຫ່ງຄຸນນະທຳທີ່ແທ້ຈິງ.

2. ເລັ່ງກວດສອບຢ່າງລະອຽດໂດຍບໍ່ມິການຕັດຮອນດ້ານຄຸນນະທຳຂອງໂຄງການ. ການກວດສອບຢ່າງລະອຽດ ອາດຫຼຸດລົງໃນກໍລະນີສຸກເສີນ ເນື່ອງຈາກການກວດສອບປະຫວັດມັກຈະຖ່ວງເວລາຂອງການດຳເນີນໂຄງການ. ສິ່ງສຳຄັນກໍຄື ຕ້ອງກວດສອບໃຫ້ໝັ້ນໃຈວ່າ ຂໍ້ກຳນົດດ້ານການກວດສອບຢ່າງລະອຽດຂອງໂຄງການທີ່ຕິດຕາມ ມີຄວາມວ່ອງໄວ ແລະຍັງຄົງດຳເນີນຢູ່. ແຕ່ຂະນະດຽວກັນນັ້ນ, ຫ້ອງການຄຸ້ມຄອງດ້ານຄຸນນະທຳ ຄວນໃຫ້ການສະໜັບສະໜູນພະນັກງານ ໂຄງການເພື່ອຊ່ວຍເລັ່ງຂະບວນການໃຫ້ສະດວກຂຶ້ນ.

3. ເສີມສ້າງຄວາມເຂັ້ມແຂງແກ່ຂໍ້ກຳນົດຕາມສັນຍາກ່ຽວກັບການຕ້ານການທຸດຈະລິດ. ການກະກຽມການດຳເນີນໂຄງການ ແລະຜົນໄດ້ຮັບຈະຕ້ອງກຳນົດໄວ້ຢ່າງຊັດເຈນໃນສັນຍາ ເພື່ອກຳນົດມາດຕະຖານສຳລັບໜ້າວຽກ, ສິນຄ້າ ແລະການບໍລິການທີ່ຄວນມີການຈັດສົ່ງໃຫ້ສຳເລັດ. ເຖິງແມ່ນຂໍ້ກຳນົດດ້ານຄຸນນະທຳຈະຖືກເບິ່ງຂ້າມໃຫ້ເປັນເລື່ອງທຳມະດາ. ສັນຍາແລະຂໍ້ຕົກລົງອື່ນໆ ຄວນລວມເຖິງຂໍ້ກຳນົດຂອງນະໂຍບາຍວ່າດ້ວຍການຕ້ານການທຸດຈະລິດ ເພື່ອໃຫ້ໝັ້ນໃຈວ່າມີຄວາມຮັບຜິດຊອບ, ແລະເພື່ອສະທ້ອນເຖິງສິດຂອງອົງການພັດທະນາໃນການ ກວດສອບຂໍ້ກ່າວຫາເລື່ອງ ການສໍ້ໂກງ ແລະການທຸດຈະລິດຖ້າເຫັນວ່າເກີດຂຶ້ນ ແລະກຳນົດມາດຕາການແກ້ໄຂທີ່ເໝາະສົມ.

4. ເປີດກົນໄກການຮ້ອງທຸກ ແລະດຳເນີນການກວດສອບຕາມຄວາມເໝາະສົມ. ບັນດາຜູ້ມີສ່ວນຮ່ວມ ຄວນໄດ້ຮັບກົນໄກ ການຮ້ອງທຸກທີ່ເໝາະສົມ ເພື່ອໃຫ້ຄວາມສຳຄັນຕໍ່ບັນຫາການສໍ້ໂກງ ແລະທຸດຈະລິດ. ການນຳໃຊ້ປະໂຫຍດຈາກເຕັກໂນໂລຊີ ສາມາດຊ່ວຍໃຫ້ອົງການພັດທະນາມີຄວາມໝັ້ນໃຈວ່າ ການປະເມີນຄຳຮ້ອງທຸກແລະການສອບສວນ ຈະມີຄວາມຕໍ່ເນື່ອງທ່າມກາງວິກິດ. ຊ່ອງທາງສື່ສານສຳລັບຄຳຮ້ອງທຸກກ່ຽວກັບການລະເມີດຄຸນນະທຳ ຄວນດຳລົງໃຫ້ມີມີການເປີດກວ້າງ ແລະເປີດຮັບການຮ້ອງທຸກໃນທຸກໆກໍລະນີທີ່ຈະຮັບປະກັນໄດ້ວ່າຈະມີການສອບສວນ.

5. ກະຕຸ້ນໃຫ້ເພື່ອນຮ່ວມງານ ແລະປະຊາຊົນໃຫ້ດຳລົງໄວ້ຄວາມຕື່ນຕົວ, ແລະລາຍງານກ່ຽວກັບການສໍ້ໂກງ ແລະທຸດຈະລິດທີ່ໜ້າສົງໃສ. ເຖິງວ່າຈະມີການແຈ້ງເຕືອນຢ່າງຕໍ່ເນື່ອງກ່ຽວກັບຄວາມມຸ່ງໝັ້ນ ຂອງສະຖາບັນໃນດ້ານຄຸນນະທຳໄດ້ຈັດເປັນສິ່ງສຳຄັນແລ້ວກໍ່ຕາມ, ແຕ່ຈຳເປັນຕ້ອງມີການສະໜັບສະໜູນ, ຄຳແນະນຳ ແລະໃຫ້ການຊຸກຍູ້ແກ່ພະນັກງານຢ່າງເປັນຮູບປະທຳ. ຕົວຢ່າງເຊັ່ນ: ຜ່ານການສຳມະນາທາງເວັບໄຊ ແລະຝຶກອົບຮົມສະມາຊິກພະນັກງານໃນຫຼັກສູດການສຶກສາທາງອອນລາຍ ຈະພົບຄວາມສົມດຸນທີ່ເໝາະສົມ ລະຫວ່າງ ລຳດັບຄວາມສຳຄັນໃນການປະຕິບັດງານ ແລະ ການ ຄວບຄຸມຄວາມໄວ້ວາງໃຈ.

ການມີສ່ວນຮ່ວມຂອງປະຊາຊົນ ຕ້ອງໄດ້ຮັບການສະໜັບສະໜູນ. ປະຊາຊົນຄວນໄດ້ຮັບການຈັດກຽມຂໍ້ມູນ ເພື່ອເຝົ້າລະວັງ. ຕົວຢ່າງເຊັ່ນ, ມາດຕາການນະໂຍບາຍ COVID-19 ແລະແຫຼ່ງເງິນທຶນທີ່ກຳນົດ ເພື່ອຊ່ວຍເຫຼືອປະເທດສະມາຊິກທີ່ກຳລັງພັດທະ ນາ ເຊິ່ງຈະມີການແບ່ງປັນໃນຖານຂໍ້ມູນສາທາລະນະໃໝ່ຂອງພວກເຮົາ. ເອກະສານໂຄງການຍັງຄົງໄດ້ຮັບການເຜີຍແຜ່ ຕາມນະໂຍບາຍການສື່ສານມວນຊົນຂອງພວກເຮົາ.

ຫາກພວກເຮົາຫວັງທີ່ຈະຮັກສາໂຄງການພັດທະນາທີ່ສຳຄັນໃຫ້ປັດສະຈາກການທຸດຈະລິດໃນໄລຍະທີ່ມີການລະບາດ ຄັ້ງໃຫຍ່, ພວກເຮົາທຸກຄົນຕ້ອງມີສ່ວນຮ່ວມ ແລະສ້າງຊຸມຊົນແຫ່ງຄຸນນະທຳທີ່ແທ້ຈິງ.  ຖ້າພວກເຮົາຫາກເຮັດບໍ່ໄດ້, ຄົນທຸກຍາກຍິ່ງຈະປະສົບກັບຄວາມທຸກຂຶ້ນຕື່ມ.

ໃນໄລຍະວິກິດນີ້, ຫາກຜູ້ທີ່ອ່ອນແອທີ່ສຸດຂາດການຊ່ວຍເຫຼືອ ເນື່ອງຈາກມີການທຸດຈະລິດ, ອາດເປັນສັນຍານຂອງ ຄວາມແຕກຕ່າງຂອງເສັ້ນບາງໆລະຫວ່າງຄວາມເປັນກັບຄວາມຕາຍໄດ້.